ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຜີຍແຜ່ເຊື່ອມຊຶມ, ຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V


   ວັນທີ 17 ພຶດສະພາ 2023 ນີ້, ຫ້ອງການເມືອງກົມໃຫຍ່ການເມືອງກອງທັບ ໄດ້ຈັດກອງປະຊຸມເຜິຍແຜ່ເຊື່ອມຊຶມ, ຜັນຂະຫຍາຍເນື້ອໃນກອງປະຊຸມວຽກ ງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V ໃຫ້ພະນັກງານຫຼັກ ແຫຼ່ງທົ່ວອົງການກົມໃຫຍ່ການເມືອງກອງທັບຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ກໍາມະການຄະນະປະຈຳພັກກະຊວງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາສະຫາຍຄະນະພັກກົມໃຫຍ່, ຄະນະພັກ-ຄະ ນະບັນຊາກົມ, ຫ້ອງການ, ກອງ, ພະແນກການ ແລະ ພະນັກງານຫຼັກແຫຼ່ງທົ່ວອົງການກົມໃຫຍ່ການເມືຶອງກອງທັບ ເຂົ້າຮ່ວມ. ການເຜິຍແຜ່ເຊື່ອມຊຶມ, ຜັນຂະ ຫຍາຍເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V ໃນຄັ້ງນີ້ ກໍເພື່ອແນໃສ່ເຮັດໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງທຸກ ຄົນທີ່ໄດ້ເຂົ້າຮ່ວມເຊື່ອມຊຶມ ສ້າງຄວາມເຂົ້າໃຈເປັນເອກະພາບ ແລະ ເລິກເຊິ່ງຕໍ່ບັນດາເນື້ອໃນຈິດໃຈທີ່ໄດ້ກຳນົດໄວ້ ໃນບົດສະຫຼຸບຕີລາ ຄາສະພາບການຈັດ ຕັ້ງປະຕິບັດວຽກງານການເມືອງ-ແນວຄິດ ໄລຍະແຕ່ ປີ 2003-2023 ແລະ ທິດທາງຮອດປີ 2025, ບົດຄໍາເຫັນຊີ້ນໍາຂອງສະຫາຍເລຂາທິການໃຫຍ່ຕໍ່ກອງປະ ຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V ແລະ ມະຕິກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ V ເພື່ອພ້ອມກັນເປັນເຈົ້າການ ຜັນຂະຫຍາຍ, ຈັດຕັ້ງປະຕິບັດໃຫ້ເກີດໝາກຜົນຕົວຈິງ ແລະ ເພື່ອເປັນພື້ນຖານໃຫ້ຄະນະພັກ-ຄະນະບັນຊາສືບຕໍ່ສຶກສາອົບຮົມ ແລະ ນຳເອົາເນື້ອໃນດັ່ງກ່າວ ມາຈັດຕັ້ງຜັນຂະຫຍາຍໃຫ້ເປັນຮູບປະທຳ, ບົນພື້ນຖານເພື່ອເປັນການປັບປຸງຍົກສູງທັດສະນະຫຼັກໝັ້ນ, ຄຸນທາດການເມືອງຂອງພະນັກງານຫຼັກແຫຼ່ງແຕ່ລະຂັ້ນ ໃຫ້ໜັກແໜ້ນ, ມີຄວາມເດັດດ່ຽວໜຽວແໜ້ນ ສືບຕໍ່ບຸກທະລຸດ້ານແນວຄິດ-ຈິນຕະນາການ ສ້າງໃຫ້ມີການຫັນປ່ຽນທາງດ້ານທັດສະນະແນວຄິດ ແລະ ການກະ ທຳທີ່ສົ່ງເສີມດ້ານດີ, ແກ້ໄຂຈຸດອ່ອນ ເປັນເຈົ້າການຕອບຕ້ານທຸກກົນອຸບາຍມ້າງເພທຳລາຍຂອງພວກອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ດີ, ມີແບບແຜນດຳ ລົງຊີວິດທີ່ປອດໃສຂາວສະອາດ, ມີຄວາມສາມັກຄີພາຍໃນເປັນເອກະພາບ, ເປັນກ້ອນກຳລັງແຮງສັງລວມໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດໃຫ້ມັ່ງຄັ່ງເຂັ້ມແຂງ. ໂອກາດນີ້, ສະຫາຍ ພົນຕີ ສອນທອງ ພົມລາວົງ ກໍໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຫຼາຍບັນຫາທີ່ສຳຄັນ ເຊິ່ງການເປີດ ບັ້ນເຜີຍແຜ່ເຊື່ອມຊຶມ, ຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V ໃນຄັ້ງນີ້, ແມ່ນມີຄວາມໝາຍຄວາມສຳຄັນເປັນ ຢ່າງຍິ່ງ ແລະ ແມ່ນຄວາມຈຳເປັນພາວະວິໄສ ເພື່ອໃຫ້ພະນັກງານ-ສະມາຊິກພັກໄດ້ຮັບຮູ້ເຊື່ອມຊຶມເນື້ອໃນຈິດໃຈຂອງວຽກງານດັ່ງກ່າວ, ສ້າງຄວາມເຂົ້າໃຈເປັນ ເອກະພາບ ແລະ ນໍາໄປຜັນຂະຫຍາຍຢູ່ກົມກອງໃຫ້ເກີດໝາກຜົນຕົວຈິງ ເພື່ອສ້າງກົມກອງຂອງຕົນໃຫ້ມີບາດກ້າວຫັນປ່ຽນອັນໃໝ່, ຕັ້ງໜ້າປັບປຸງແບບແຜນວິ ທີເຮັດວຽກ ແລະ ການດຳລົງຊີວິດທີ່ດີ, ຕ້ານທຸກລັກສະນະແນວຄິດບໍ່ດີໃນທຸກຮູບແບບທີ່ີເປັນການລະເມີດຕໍ່ລະບຽບກົດໝາຍ, ຕັ້ງໜ້າສຶກສາອົບຮົມພະນັກ ງານສະມາຊິກພັກ-ນັກຮົບ ໃນກົມກອງຂອງຕົນໃຫ້ເປັນເຈົ້າການສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງ, ເປັນແບບຢ່າງແກ່ມະຫາຊົນທາງດ້ານຄວາມຮູ້ຄວາມສາມາດ, ມີ ຄຸນສົມບັດສິນທຳປະຕິວັດ, ມີຄວາມສາມັກຄີເປັນເອກະພາບພາຍໃນ, ສາມັກຄີກັບປະຊາຊົນບັນດາເຜົ່າ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດ ໜ້າທີ່ວຽກງານຕ່າງໆຂອງກົມກອງ, ເພື່ອເປັນການປະກອບສ່ວນຍົກສູງບົດບາດການນຳພາຂອງພັກຕໍ່ໜ້າທີ່ການເມືອງຂອງກົມກອງໃຫ້ສູງຂຶ້ນລື່ນເກົ່າ.



ແຫຼ່ງທີ່ມາ:ໜັງ​ສື​ພິມກອງ​ທັບ
ວັນທີ 18/05/2023